LIDA hero

Lao ICT and Digital Association

ກ່ຽວກັບສະມາຄົມ LIDA

ສະມາຄົມໄອຊີທີ ແລະ ດິຈິຕອນ ລາວ ເປັນອົງການການຄ້າທີ່ນຳເທັກໂນໂລຊີຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ໂດຍອີງໃສ່ຫຼັກການຮ່ວມມື, ຄວາມໂປ່ງໃສ ແລະ ນະວັດຕະກຳ.

ປີການກໍ່ຕັ້ງ

2023

ສະມາຊິກ

6 ປະເພດ

ຂະແໜງການເຄື່ອນໄຫວ

8 ຂະແໜງ

Official Names

ຊື່ທາງການຂອງສະມາຄົມ

ພາສາລາວ

ສະມາຄົມ ໄອຊີທີ ແລະ ດິຈິຕອນ ລາວ

(ສຄອດ)

E
English

Lao ICT and Digital Association

(LIDA)

ວິໄສທັດ 2030

ສ້າງເຄື່ອຂ່າຍດິຈິຕອນ ເຊື່ອມໂຍງທຸກພາກສ່ວນ

LIDA ເປັນແພລດຟອມຮ່ວມມືລະດັບຊາດ ທີ່ຮວບຮວມບໍລິສັດ ICT, ສະຖາບັນການສຶກສາ ແລະ ພັນທະມິດຕ່າງປະເທດ ເພື່ອເຮັດໃຫ້ແນວຄິດເສດຖະກິດດິຈິຕອນກາຍເປັນຄວາມຈິງ.

ການຄຸ້ມຄອງໂດຍຄະນະບໍລິຫານທີ່ໄດ້ຮັບເລືອກຕັ້ງຕາມກົດລະບຽບ.

ການເຮັດວຽກຮ່ວມກັນກັບອົງການອາຊຽນ ແລະ ໂລກໃຫ້ສອດຄ່ອງມາດຕະຖານ.

ເນັ້ນການພັດທະນາມະນຸດສົມທົບໃນທຸກລະດັບ.

LIDA overview

LIDA is a member of

  • ASOCIO (Asian-Oceanian Computing Industry Organization)
  • WITSA (World Information Technology and Services Alliance)

ວິໄສທັດຂອງ LIDA

LIDA ເປັນອົງກອນຊັ້ນນຳດ້ານດິຈິຕອນຂອງປະເທດທີ່ເຊື່ອມໂຍງພາກລັດ, ພາກເອກະຊົນ ແລະ ອົງການຕ່າງປະເທດ ເພື່ອນຳເຕັກໂນໂລຊີ ແລະ ນະວັດຕະກຳເຂົ້າສູ່ການພັດທະນາເສດຖະກິດ-ສັງຄົມຢ່າງກ້າວກະໂດດ.

ພັນທະກິດຂອງ LIDA

  • ຮ່ວມມືກັບບັນດາສະຖາບັນການສຶກສາ ແລະ ບັນດາສູນພັດທະນາສີມືແຮງງານໃນວຽກງານການສ້າງຊັບພະຍາກອນມະນຸດໃນຂະແໜງການດິຈິຕອນ ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອຮອງຮັບຄວາມຕ້ອງການທາງດ້ານປະລິມານ ແລະ ຄຸນະພາບຂອງແຮງງານໃນຍຸກເສດຖະກິດດິຈິຕອນ.
  • ຮ່ວມມືກັບທຸກພາກສ່ວນທີ່ກ່ຽວຂ້ອງໃນການສ້າງ ແລະ ດັດແກ້ກົດໝາຍ ແລະ ນະໂຍບາຍຕ່າງໆທີ່ຈະເອື້ອອຳນວຍໃຫ້ທຸລະກິດໃນຂະແໜງການດິຈິຕອນ ເຕັກໂນໂລຊີ ແລະ ນະວັດຕະກຳ ມີການຈະເລີນເຕີບໂຕ, ເຂັ້ມແຂງ ພ້ອມທັງວາງແຜນພັດທະນາໂຄງການທີ່ເປັນຍຸດທະສາດໃນຂະແໜງການນີ້ຮ່ວມກັບພາກລັດ ແລະ ອົງການຮ່ວມມືສາກົນຕ່າງໆ.
  • ສົ່ງເສີມ ແລະ ມີສ່ວນຮ່ວມໃນວຽກງານການຫັນເປັນທັນສະໄໝໂດຍນຳໃຊ້ເຕັກໂນໂລຊີດິຈິຕອນໃຫ້ທັງພາກທຸລະກິດ ແລະ ພາກລັດ ພ້ອມທັງປະກອບສ່ວນເຂົ້າໃນການສ້າງເສດຖະກິດດິຈິຕອນ ສົ່ງເສີມສັງຄົມດ້ວຍການສ້າງຄວາມຮັບຮູ້ ແລະ ເຫັນໄດ້ຄວາມສຳຄັນຂອງຂະແໜງການດິຈິຕອນ ເຕັກໂນໂລຊີ ແລະ ນະວັດຕະກຳ.

Membership

ລະບົບສະມາຊິກ

ສະມາຊິກແຕ່ລະປະເພດໄດ້ຮັບສິດເຂົ້າຮ່ວມກິດຈະກຳ ແລກປ່ຽນຂໍ້ມູນ ແລະ ເຂົ້າເຖິງໂຄງການຮ່ວມມືຂອງສະມາຄົມ.

ສະໝັກຮ່ວມ

Gold

25,000,000 ກີບ/ປີ

Silver

10,000,000 ກີບ/ປີ

Bronze

5,000,000 ກີບ/ປີ

Ordinary

2,000,000 ກີບ/ປີ

Affiliate

1,500,000 ກີບ/ປີ

Individual

300,000 ກີບ/ປີ

ເປົ້າໝາຍຂອງສະມາຄົມ

  • ລະດົມ ແລະ ເຕົ້າໂຮມເອົາບັນດານັກທຸລະກິດ, ບໍລິສັດດຳເນີນທຸລະກິດ ທີ່ມາດຳເນີນທຸລະກິດ ແລະ ລົງທຶນໃນທົ່ວປະເທດ ເພື່ອແລກປ່ຽນຂໍ້ມູນຂ່າວສານ.
  • ເຕົ້າໂຮມຄວາມສາມັກຄີຂອງນັກທຸລະກິດ ແລະ ສະມາຊິກສະມາຄົມ ເພື່ອຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການດຳເນີນທຸລະກິດ, ເຈັບເປັນ ແລະ ເສຍຊີວິດ.
  • ລະດົມບັນດານັກທຸລະກິດ, ບໍລິສັດດຳເນີນທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ປະກອບສ່ວນທຶນ, ຊັບສິນ ແລະ ອື່ນໆເພື່ອຊ່ວຍເຫຼືອສັງຄົມ ໃນເມື່ອເກີດໄພພິບັດທາງທຳມະຊາດ ແລະ ໄພພິບັດຕ່າງໆ.

ຈຸດປະສົງ

  • ຕື່ນຕົວສະໝັກໃຈ ປະກອບທຶນ, ຊັບສິນ ແລະ ສະຕິປັນຍາ ເພື່ອສ້າງຕັ້ງສະມາຄົມໄອຊີທີ ແລະ ດິຈິຕອນ ລາວ.
  • ບໍ່ຫວັງຜົນກຳໄລ ແລະ ເຄື່ອນໄຫວເປັນປະຈຳ.
  • ກຸ້ມຕົນເອງທາງດ້ານການເງິນ, ເຕັກນິກ ແລະ ວິຊາການ.
  • ໂປ່ງໃສ, ເປີດເຜີຍ, ມີປະຊາທິປະໄຕ ແລະ ມີຄວາມສະເໝີພາບ.
  • ຮັບຜິດຊອບດ້ວຍຕົນເອງຕໍ່ໜ້າກົດໝາຍທຸກການເຄື່ອນໄຫວຂອງສະມາຄົມ.
  • ຂົນຂວາຍທຶນຈາກພາຍໃນ ແລະ ຕ່າງປະເທດ ເພື່ອມາຊ່ວຍເຫຼືອຕາມຈຸດປະສົງຂອງສະມາຄົມ.

Activities

ຂະແໜງການເຄື່ອນໄຫວ

ຂະແໜງການຄ້າ ແລະ ການລົງທຶນດິຈິຕອນ
ຂະແໜງການສຶກສາ ແລະ ແຮງງານດິຈິຕອນ
ຂະແໜງໄອຊີທີ ແລະ ດິຈິຕອນ
ຂະແໜງສົ່ງເສີມທຸລະກິດລິເລີ່ມ
ຂະແໜງການເງິນເຕັກໂນໂລຊີ (FinTech)
ຂະແໜງ Digital Media & Content
ຂະແໜງ MSME Digitalization
ຂະແໜງ Digital Infrastructure

Principles

ຫຼັກການປະຕິບັດ

  • 1
    ຕື່ນຕົວສະໝັກໃຈ ປະກອບທຶນ, ຊັບສິນ ແລະ ສະຕິປັນຍາ.
  • 2
    ບໍ່ຫວັງຜົນກຳໄລ ແລະ ເຄື່ອນໄຫວເປັນປະຈຳ.
  • 3
    ກຸ້ມຕົນເອງທາງດ້ານການເງິນ, ເຕັກນິກ ແລະ ວິຊາການ.
  • 4
    ໂປ່ງໃສ, ເປີດເຜີຍ, ມີປະຊາທິປະໄຕ ແລະ ມີຄວາມສະເໝີພາບ.
  • 5
    ຮັບຜິດຊອບດ້ວຍຕົນເອງຕໍ່ໜ້າກົດໝາຍທຸກການເຄື່ອນໄຫວຂອງສະມາຄົມ.
  • 6
    ຂົນຂວາຍທຶນຈາກພາຍໃນ ແລະ ຕ່າງປະເທດ ເພື່ອມາຊ່ວຍເຫຼືອຕາມຈຸດປະສົງຂອງສະມາຄົມ.

ສິດຂອງສະມາຄົມ

  • ເຄື່ອນໄຫວຕາມແຜນພັດທະນາເສດຖະກິດ-ສັງຄົມ, ກົດໝາຍ, ລະບຽບການຂອງລັດທີ່ກ່ຽວຂ້ອງ ແລະ ກົດລະບຽບຂອງຕົນ.
  • ປະສານສົມທົບກັບບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ພະແນກການຂັ້ນແຂວງ, ຫ້ອງການຂັ້ນເມືອງ ແລະ ຂະແໜງການຕ່າງໆທີ່ກ່ຽວຂ້ອງ ເພື່ອຂຶ້ນແຜນ ແລະ ຈັດຕັ້ງປະຕິບັດວຽກງານຂອງຕົນ.
  • ລະດົມຂົນຂວາຍ ແລະ ຮັບເອົາການສະໜັບສະໜູນ, ຊ່ວຍເຫຼືອ, ການບໍລິຈາກທຶນ, ຊັບສິນ ຈາກບຸກຄົນ ແລະ ນິຕິບຸກຄົນທັງພາຍໃນ ແລະ ຕ່າງປະເທດ.
  • ໃຫ້ການສະໜັບສະໜູນດ້ານມະນຸດສະທຳ ແລະ ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ.

ພັນທະໜ້າທີ່

  • ລາຍງານປະຈຳປີໃຫ້ອົງການອະນຸມັດສ້າງຕັ້ງ ແລະ ອົງການຈັດຕັ້ງລັດທີ່ກ່ຽວຂ້ອງກ່ຽວກັບສະພາບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານ, ລາຍຮັບ-ລາຍຈ່າຍງົບປະມານຂອງສະມາຄົມ.
  • ເຄື່ອນໄຫວພົວພັນກັບຂົງເຂດ, ຂະແໜງການໃດ ຕ້ອງຢູ່ພາຍໃຕ້ການຄຸ້ມຄອງລັດ, ຂອງຂົງເຂດ ແລະ ຂະແໜງການນັ້ນ.
  • ການລະດົມທຶນ, ຊັບສິນຂອງສະມາຄົມ ຫຼື ຮັບເອົາການບໍລິຈາກ, ການຊ່ວຍເຫຼືອຈາກບຸກຄົນ ແລະ ນິຕິບຸກຄົນຢູ່ພາຍໃນ ແລະ ຕ່າງປະເທດ ໃຫ້ສອດຄ່ອງກັບຈຸດປະສົງຂອງສະມາຄົມ.
  • ນຳໃຊ້ທຶນ, ຊັບສິນທັງໝົດຂອງສະມາຄົມທີ່ລະດົມມາໄດ້ ໃຫ້ສອດຄ່ອງກັບຈຸດປະສົງ, ເປົ້າໝາຍຂອງສະມາຄົມ.
  • ປະຕິບັດຕາມກົດໝາຍ ແລະ ລະບຽບການຂອງລັດທີ່ກ່ຽວຂ້ອງກັບການບັນຊີ, ການກວດສອບ ແລະ ກົດລະບຽບຂອງສະມາຄົມ.

Organization

ໂຄງປະກອບການຈັດຕັ້ງ

ໂຄງປະກອບບຸກຄະລາກອນ

ຄະນະບໍລິຫານປະທານ, ຮອງປະທານຜູ້ປະຈຳການ ແລະ ຮອງປະທານ
ຄະນະກວດກາກວດກາທຸກການເຄື່ອນໄຫວ ແລະ ການເງິນ
ຄະນະເລຂາທິການບໍລິຫານວຽກງານປະຈຳວັນ
ສະມາຊິກ6 ປະເພດສະມາຊິກ

ໂຄງປະກອບການຈັດຕັ້ງ

  • ຫ້ອງການສະມາຄົມ
  • ໜ່ວຍງານວິຊາການຈຳນວນໜຶ່ງ

Membership Details

ລາຍລະອຽດສະມາຊິກ

Gold

25,000,000 ກີບ/ປີ

ສິດ: ສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ

ເງື່ອນໄຂ: ບໍລິສັດ/ພົນລະເມືອງລາວ, ອາຍຸ 18 ປີຂຶ້ນໄປ

Silver

10,000,000 ກີບ/ປີ

ສິດ: ສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ

ເງື່ອນໄຂ: ບໍລິສັດ/ພົນລະເມືອງລາວ, ອາຍຸ 18 ປີຂຶ້ນໄປ

Bronze

5,000,000 ກີບ/ປີ

ສິດ: ສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ

ເງື່ອນໄຂ: ບໍລິສັດ/ພົນລະເມືອງລາວ, ອາຍຸ 18 ປີຂຶ້ນໄປ

Ordinary

2,000,000 ກີບ/ປີ

ສິດ: ບໍ່ມີສິດເລືອກຕັ້ງ

ເງື່ອນໄຂ: ບໍລິສັດ/ພົນລະເມືອງລາວ

Affiliate

1,500,000 ກີບ/ປີ

ສິດ: ບໍ່ມີສິດເລືອກຕັ້ງ

ເງື່ອນໄຂ: ບໍລິສັດ/ພົນລະເມືອງລາວ

Individual

300,000 ກີບ/ປີ

ສິດ: ບໍ່ມີສິດເລືອກຕັ້ງ

ເງື່ອນໄຂ: ພົນລະເມືອງລາວ

ສິດປະໂຫຍດສະມາຊິກ

  • ໄດ້ຮັບຂໍ້ມູນຂ່າວສານກ່ຽວກັບການເຄື່ອນໄຫວ ແລະ ຂໍ້ມູນຕ່າງໆກ່ຽວຂ້ອງກັບສະມາຄົມ
  • ໄດ້ຮັບສິດເຂົ້າຮ່ວມກິດຈະກຳຕ່າງໆຂອງສະມາຄົມໂດຍອີງໃສ່ຄວາມສົນໃຈ ແລະ ຄວາມເໝາະສົມ
  • ໄດ້ຮັບຜົນປະໂຫຍດຕ່າງໆຕາມນະໂຍບາຍຂອງສະມາຄົມ

ເງື່ອນໄຂການພົ້ນຈາກສະມາຊິກ

  • ສະໝັກໃຈລາອອກ
  • ກະທຳຜິດຕໍ່ກົດໝາຍ, ລະເມີດກົດລະບຽບຂອງສະມາຄົມຢ່າງຮ້າຍແຮງ
  • ບໍ່ຮ່ວມກິດຈະກຳຂອງສະມາຄົມຕິດຕໍ່ກັນ 5 ຄັ້ງ
  • ເສຍຊີວິດ

Meetings

ປະເພດກອງປະຊຸມ

1

ກອງປະຊຸມໃຫຍ່

ຄວາມຖີ່:1 ປີຕໍ່ຄັ້ງ
ອົງປະຊຸມ:ຫຼາຍກວ່າເຄິ່ງໜຶ່ງຂອງສະມາຊິກ

ອົງການນຳສູງສຸດຂອງສະມາຄົມ ເລືອກຕັ້ງຄະນະບໍລິຫານ/ກວດກາ ແຈ້ງຕໍ່ອົງການລັດລ່ວງໜ້າ 60 ວັນ

2

ກອງປະຊຸມປະຈຳປີ

ຄວາມຖີ່:ທ້າຍເດືອນພະຈິກ/ຕົ້ນທັນວາ
ອົງປະຊຸມ:ຫຼາຍກວ່າເຄິ່ງໜຶ່ງຂອງສະມາຊິກ

ສະຫຼຸບວຽກງານ, ຜ່ານທິດທາງແຜນການ ແລະ ຍ້ອງຍໍບຸກຄົນດີເດັ່ນ

3

ກອງປະຊຸມຄະນະບໍລິຫານ

ຄວາມຖີ່:2 ເດືອນຕໍ່ຄັ້ງ
ອົງປະຊຸມ:2/3 ຂອງຄະນະບໍລິຫານ

ປຶກສາຫາລືການບໍລິຫານວຽກງານ ແລະ ວາງແຜນການເຄື່ອນໄຫວ

Finance

ການເງິນຂອງສະມາຄົມ

ແຫຼ່ງລາຍຮັບ

  • ເງິນສະໜັບສະໜູນຈາກບຸກຄົນ/ນິຕິບຸກຄົນພາຍໃນ ແລະ ຕ່າງປະເທດ
  • ເງິນບຳລຸງຂອງສະມາຊິກ
  • ລາຍໄດ້ຈາກການສະໜອງການບໍລິການ
  • ການລະດົມຂົນຂວາຍທຶນດ້ວຍຮູບແບບຕ່າງໆ

ລາຍຈ່າຍ

  • ສະໜັບສະໜູນແຜນງານ, ໂຄງການ, ກິດຈະກຳເພື່ອສາທາລະນະປະໂຫຍດ
  • ຄ່າຈ້າງພະນັກງານ, ຄ່າເຊົ່າສຳນັກງານ, ຄ່ານ້ຳ/ໄຟ (ບໍ່ເກີນ 25% ຂອງແຜນລາຍຈ່າຍປະຈຳປີ)
  • ລາຍຈ່າຍອື່ນໆທີ່ບໍ່ຂັດກັບຈຸດປະສົງຂອງສະມາຄົມ

ລະບຽບການເງິນ

  • ປະທານສັ່ງຈ່າຍບໍ່ເກີນ 100,000,000 ກີບຕໍ່ຄັ້ງ
  • ນາຍບັນຊີຮັກສາເງິນສົດບໍ່ເກີນ 5,000,000 ກີບ
  • ກວດສອບບັນຊີປະຈຳປີໂດຍບໍລິສັດກວດສອບພາຍນອກ

Regulation

ກົດລະບຽບສະມາຄົມ LIDA

ເນື້ອໃນກົດລະບຽບຄົບຖ້ວນຕາມໂຄງຮ່າງທີ່ປະກາດໃນກອງປະຊຸມສ້າງຕັ້ງ ແລະ ໄດ້ຮັບການຮັບຮອງຈາກອົງການມີອຳນາດ.

ມາດຕາ 1-3: ຈຸດປະສົງ ແລະ ຖານະສະມາຄົມ
  • ກົດລະບຽບສ້າງຂຶ້ນເພື່ອກຳນົດແນວທາງການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະມາຄົມ.
  • ສະມາຄົມມີຖານະເປັນນິຕິບຸກຄົນ ມີຕາປະທັບ ແລະ ສັນຍາລັກເປັນຂອງຕົນ.
  • ຊື່ພາສາລາວ: ສະມາຄົມ ໄອຊີທີ ແລະ ດິຈິຕອນ ລາວ (ສຄອດ) | ພາສາອັງກິດ: Lao ICT and Digital Association (LIDA)
ມາດຕາ 4-7: ເປົ້າໝາຍ ແລະ ຂອບເຂດການເຄື່ອນໄຫວ
  • ປະກອບສ່ວນໃຫ້ຂັບເຄື່ອນນະໂຍບາຍດິຈິຕອນຂອງພັກ ແລະ ລັດຖະບານ, ລະດົມ ແລະ ເຕົ້າໂຮມນັກທຸລະກິດ ແລະ ບໍລິສັດດຳເນີນທຸລະກິດເພື່ອແລກປ່ຽນຂໍ້ມູນຂ່າວສານ.
  • ເຕົ້າໂຮມຄວາມສາມັກຄີຂອງນັກທຸລະກິດ ແລະ ສະມາຊິກເພື່ອຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການດຳເນີນທຸລະກິດ.
  • ກຳນົດຂອບເຂດການເຄື່ອນໄຫວໃນ 8 ຂະແໜງວິຊາການຫຼັກ ໃນທົ່ວປະເທດ.
ມາດຕາ 8-9: ສິດ, ໜ້າທີ່ ແລະ ພັນທະຂອງສະມາຄົມ
  • ປະສານສົມທົບກັບບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ພະແນກການຂັ້ນແຂວງ, ຫ້ອງການຂັ້ນເມືອງ.
  • ລາຍງານສະພາບການເຄື່ອນໄຫວວຽກງານ, ລາຍຮັບ-ລາຍຈ່າຍການເງິນ ໃຫ້ອົງການອະນຸມັດສ້າງຕັ້ງເປັນປະຈຳ.
  • ໃຫ້ການສະໜັບສະໜູນດ້ານມະນຸດສະທຳ ແລະ ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ.
ມາດຕາ 10-12: ໂຄງປະກອບກົງຈັກ
  • ໂຄງປະກອບກົງຈັກປະກອບດ້ວຍ: ຫ້ອງການສະມາຄົມ ແລະ ໜ່ວຍງານວິຊາການຈຳນວນໜຶ່ງທີ່ຈຳເປັນ.
  • ຫ້ອງການສະມາຄົມ ແມ່ນສຳນັກງານບ່ອນຕິດຕໍ່ພົວພັນວຽກງານ ເຊິ່ງມີຄະນະເລຂາທິການເປັນຜູ້ເຮັດວຽກປະຈຳວັນ.
  • ການສ້າງຕັ້ງໜ່ວຍງານວິຊາການໃໝ່ຕ້ອງໄດ້ຮັບການຕົກລົງເຫັນດີຂອງຄະນະບໍລິຫານສະມາຄົມ ແລະ ຕາມນິຕິກຳຂອງລັດ.
ມາດຕາ 13-20: ບຸກຄະລາກອນ ແລະ ການບໍລິຫານ
  • ໂຄງປະກອບບຸກຄະລາກອນ: ຄະນະບໍລິຫານ (ປະທານ, ຮອງປະທານຜູ້ປະຈຳການ, ຮອງປະທານ), ຄະນະກວດກາ, ຄະນະເລຂາທິການ, ສະມາຊິກ.
  • ຄະນະບໍລິຫານມີຢ່າງໜ້ອຍ 3 ທ່ານ, ຖືກເລືອກຕັ້ງໂດຍສະມາຊິກສາມັນ, ວາລະດຳລົງຕຳແໜ່ງສະໄໝລະ 3 ປີ.
  • ມາດຖານຄະນະບໍລິຫານ: ປະສົບການບໍລິຫານທຸລະກິດ ICT ຫຼາຍກວ່າ 5 ປີ, ປະລິນຍາຕີຂຶ້ນໄປ, ສື່ສານໄດ້ 2 ພາສາຂຶ້ນໄປ, ຖືສັນຊາດລາວ.
ມາດຕາ 21-25: ຄະນະກວດກາ ແລະ ຄະນະເລຂາທິການ
  • ຄະນະກວດກາມີຢ່າງໜ້ອຍ 3 ທ່ານ, ກວດກາທຸກການເຄື່ອນໄຫວ ແລະ ການເງິນຂອງສະມາຄົມເປັນປະຈຳເດືອນ, ໄຕມາດ ແລະ ປະຈຳປີ.
  • ຄະນະເລຂາທິການ ບໍລິຫານວຽກງານປະຈຳວັນຂອງຫ້ອງການ, ພົວພັນປະສານງານກັບພາກສ່ວນຕ່າງໆ.
  • ສະຫຼຸບລາຍງານສະພາບການເຄື່ອນໄຫວວຽກງານ, ການເງິນ ແລະ ຊັບສິນຕໍ່ປະທານ ແລະ ຄະນະບໍລິຫານເປັນລາຍເດືອນ, ໄຕມາດ ແລະ ປະຈຳປີ.
ມາດຕາ 26-31: ສະມາຊິກສະມາຄົມ
  • ສະມາຄົມມີສະມາຊິກ 6 ປະເພດ: Gold, Silver, Bronze, Ordinary, Affiliate, Individual.
  • ສະມາຊິກ Gold/Silver/Bronze ຕ້ອງເປັນບໍລິສັດ/ພົນລະເມືອງລາວ, ອາຍຸ 18 ປີຂຶ້ນໄປ, ບໍ່ເຄີຍຖືກສານຕັດສິນລົງໂທດ.
  • ສະມາຊິກ Ordinary/Affiliate/Individual ບໍ່ມີສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງເຂົ້າໃນຕຳແໜ່ງຄະນະບໍລິຫານ.
  • ສະມາຊິກໄດ້ຮັບຂໍ້ມູນຂ່າວສານ, ເຂົ້າຮ່ວມກິດຈະກຳຕ່າງໆ ແລະ ຜົນປະໂຫຍດຕາມນະໂຍບາຍຂອງສະມາຄົມ.
ມາດຕາ 32-35: ກອງປະຊຸມຂອງສະມາຄົມ
  • ກອງປະຊຸມມີ 3 ປະເພດ: ກອງປະຊຸມໃຫຍ່ (1 ປີຕໍ່ຄັ້ງ), ກອງປະຊຸມປະຈຳປີ (ທ້າຍເດືອນພະຈິກ/ຕົ້ນທັນວາ), ກອງປະຊຸມຄະນະບໍລິຫານ (2 ເດືອນຕໍ່ຄັ້ງ).
  • ກອງປະຊຸມຕ້ອງມີສະມາຊິກເຂົ້າຮ່ວມຫຼາຍກວ່າເຄິ່ງໜຶ່ງ, ກອງປະຊຸມຄະນະບໍລິຫານຕ້ອງມີ 2/3 ຂອງຄະນະບໍລິຫານ.
  • ມະຕິກອງປະຊຸມໃຫ່ຖືເອົາຕາມສຽງສ່ວນຫຼາຍ, ຖ້າຄະແນນສຽງເທົ່າກັນ ປະທານເປັນຜູ້ຕັດສິນ.
ມາດຕາ 36-39: ການປັບປຸງ, ການໂຮມ, ການຍຸບເລີກ
  • ການປັບປຸງກົດລະບຽບຕ້ອງໄດ້ຮັບມະຕິກອງປະຊຸມໃຫຍ່ ແລະ ອະນຸມັດຈາກອົງການລັດ.
  • ການໂຮມ/ແຍກສະມາຄົມຕ້ອງມີສະມາຊິກເຂົ້າຮ່ວມຢ່າງໜ້ອຍ 3/4 ຂອງຈຳນວນສະມາຊິກທັງໝົດ.
  • ການຍຸບເລີກຕ້ອງແຈ້ງສະມາຊິກລ່ວງໜ້າ 3 ເດືອນ ແລະ ລົງຄະແນນສຽງຫຼາຍກວ່າເຄິ່ງໜຶ່ງ.
ມາດຕາ 40-43: ແຫຼ່ງລາຍຮັບ, ລາຍຈ່າຍ ແລະ ການຄຸ້ມຄອງການເງິນ
  • ແຫຼ່ງລາຍຮັບ: ການສະໜັບສະໜູນຈາກພາຍໃນ/ຕ່າງປະເທດ, ເງິນບຳລຸງສະມາຊິກ, ລາຍໄດ້ຈາກການບໍລິການ, ການລະດົມຂົນຂວາຍທຶນ.
  • ລາຍຈ່າຍດ້ານບໍລິຫານບໍ່ເກີນ 25% ຂອງແຜນລາຍຈ່າຍປະຈຳປີ.
  • ປະທານມີສິດສັ່ງຈ່າຍບໍ່ເກີນ 100,000,000 ກີບ ຕໍ່ຄັ້ງ, ຖ້າເກີນຕ້ອງໄດ້ຮັບອະນຸຍາດຈາກຄະນະບໍລິຫານ.
  • ມີລະບົບການກວດສອບບັນຊີປະຈຳປີຈາກບໍລິສັດກວດສອບພາຍນອກ.
ມາດຕາ 44-45: ການຍ້ອງຍໍ ແລະ ການປະຕິບັດວິໄນ
  • ຄະນະບໍລິຫານພິຈາລະນາຍ້ອງຍໍບຸກຄົນ ແລະ ອົງກອນທີ່ມີຜົນງານດີເດັ່ນໃນການປະກອບສ່ວນ.
  • ການປະຕິບັດວິໄນ: ກ່າວເຕືອນ, ຂຽນໃບສຳຫຼວດຕົນເອງ, ໃຫ້ອອກຈາກຕຳແໜ່ງ.
  • ຜູ້ຖືກວິໄນຕ້ອງໄດ້ຮັບການຢັ້ງຢືນຈາກຄະນະກວດກາ ຫຼື ອົງການຈັດຕັ້ງທີ່ກ່ຽວຂ້ອງ.
ມາດຕາ 46-49: ລະບຽບການຮ້ອງທຸກ ແລະ ຜົນສັກສິດ
  • ສະມາຊິກສາມາດສະເໜີບັນຫາຕໍ່ຄະນະກວດກາກ່ຽວກັບສິ່ງທີ່ເຫັນວ່າບໍ່ຖືກຕ້ອງກັບກົດລະບຽບ.
  • ຄະນະກວດກາຕ້ອງຮັບຟັງ ແລະ ພິຈາລະນາແກ້ໄຂຕາມສິດ ແລະ ໜ້າທີ່ຂອງຕົນ.
  • ກົດລະບຽບໄດ້ຮັບຮອງຈາກກອງປະຊຸມສ້າງຕັ້ງສະມາຄົມ ເດືອນມັງກອນ 2023 ແລະ ມີຜົນບັງຄັບໃຊ້ນັບແຕ່ວັນທີ່ອົງການມີສິດອະນຸມັດສ້າງຕັ້ງຮັບຮອງ.

Copyright

2025 Lailaolab ICT Solutions Co., Ltd.

®